Ad

Ad

19 December 2013

ສາທາຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມການລະບາດໄຂ້ເລືອດອອກ



           ວັນທີ 18 ທັນວັນນີ້ ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນວຽກງານກັນ ແລະ ຄວບ ຄຸມການລະບາດໄຂ້ເລືອດອອກທົ່ວ ປະເທດຂຶ້ນ, ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນ, ໂດຍ ການເຂົ້າ ຮ່ວມຂອງ ທ່ານ ສຈ, ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ, ທ່ານ ດຣ ລິວ ຢຸນ ກາວ ຜູ້ຕ່າງໜ້າອົງການອະນາໄມໂລກ ປະຈຳລາວ, ມີລັດຖະມົນຕີຊ່ວຍວ່າການ, ເຈົ້າແຂວງຈາກ 17  ແລະ ຫົວໜ້າພະແນກ ສາທາລະນະສຸກ, ພ້ອມດ້ວຍຜູ້ຕ່າງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ.
           ທ່ານ ລັດຖະມົນຕີວ່າການກະຊວງສາທາລະນະສຸກກ່າວວ່າ:ປີນີ້ມີເຫດການທີ່ບໍຄາດຝັນເກີດຂື້ນກັບປະເທດຂອງ ພວກເຮົາ, ມັນໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ, ເຫດການດັ່ງກ່າວ
ນັ້ນແມ່ນການເກີດລະບາດຂອງໄຂ້ເລືອດອອກທີ່ມີລັກຊະນະແຜ່ລາມເປັນວົງກວ້າງໃນຂອບເຂດທົ່ວປະເທດ, ການເກີດພະ ຍາດນີ້ມີການພົວພັນເຖິງສະພາບແວດລ້ອມແລະການດຳລົງຊີວິດຂອງປະຊາຊົນ, ເປັນພະຍາດທີ່ບົ່ມຊ້ອນຢູ່ເຂດອາຊີ, ລວມ ທັງລາວມາແລ້ວເປັນເວລາດົນນານ, ເປັນພະຍາດທີ່ອັນຕະລາຍຮ້າຍແຮງ ແລະ ມັກເກີດແລ້ວເກີດອີກສ້າງບັນຫາໃຫ້ສາທາ ລະນະສຸກເລື້ອຍມາ, ຕາມການບັນທຶກດ້ານລະບາດວິທະຍາເຫັນວ່າການລະບາດຂອງພະຍາດໄຂ້ເລືອດອອກແມ່ນມີການ ປ່ຽນແປງຮູບແບບໄປເລື້ອຍໆ, ໃນເມື່ອກ່ອນພົບວ່າ 10 - 20 ປີຈຶ່ງມີການລະບາດໃຫຍ່ຄັ້ງໜຶ່ງ, ແຕ່ໄລຍະຫຼັງມານີ້ ໄດ້ພົບ ການລະບາດຂອງພະຍາດດັ່ງກ່າວສະພາບຢູ່ລາວເກີດຂື້ນທຸກໆ 2 - 3 ປີ ແລະ ມີລັກຊະນະຮ້ານແຮງຂື້ນເລື້ອຍໆ, ຊຶ່ງເມື່ອ ກ່ອນມັກເກີດຂື້ນໃນສະເພາະຕົວເມືອງໃຫຍ່ທີ່ມີປະຊາຊົນໜ້າແໜ້ນເປັນຈຸດໜັກ ແລະ ເກີດຂຶ້ນໃນກຸ່ມເດັກນ້ອຍເປັນ ສ່ວນ ໃຫຍ່, ແຕ່ປັດຈຸບັນພະຍາດດັ່ງກ່າວໄດ້ເກີດຂື້ນຫຼາຍບ່ອນຫຼາຍຈຸດນັບທັງເຂດຊົນນະບົດຫ່າງໄກສອກຫຼີກ ແລະ ເກີດໃນຜູ້ ໃຫຍ່ນຳອີກ.
        ທ່ານ ລັດຖະມົນຕີີກ່າວວ່າ: ສຳລັບປະເທດລາວຂອງພວກ ເຮົາການລະບາດຂອງໄຂ້ຍຸງລາຍປີນີ້ແມ່ນຮ້າຍແຮງທີ່ສຸດ ຖ້າທຽບໃສ່ປີຜ່ານມາ, ເນື່ອງຈາກມັນເກີດຂື້ນໃນລັກຊະນະພ້ອມກັນຫຼາຍແຂວງທົ່ວປະເທດ, ໂດຍເລີ່ມຈາກເຂດຊານເມືອງ ແລະ ຊົນນະບົດເຂົ້າຫາຕົວເມືອງ, ມີການລະບາດໄວ້ຈາກບ້ານໜຶ່ງໄປສູ່ອີກບ້ານໜຶ່ງ, ພິເສດປີນີ້ມີການພົບເຫັນໄຂ້ຍຸງລາຍ ສາຍພັນໃໝ່  DENV 3 ເຖິງ 80 % ( ຂອງ ການເຈັບເປັນ, ສາຍພັນນີ້ແມ່ນບໍ່ເຄີຍລະບາດມາກ່ອນຢູ່ລາວ, ຈຶ່ງ ເປັນສາເຫດ ໃຫ້ປະຊາຊົນບໍ່ມີພູມຄຸ້ມກັນຕໍ່ເຊື້ອໄວລັດຊະນິດນີ້, ດັ່ງນັ້ນຈຶ່ງມີກໍລະນີເຈັບເປັນ ແລະ ເສຍຊີວິດເພີ່ມຂື້ໄວ, ເພາະມີສະພາບ ສັບສົນທາງດ້ານອາການຫຼາຍກວ່າປີຜ່ານມາ, ດັ່ງນັ້ນຂ້າພະເຈົ້າຫວັງຢ່າງຍິງວ່າກອງປະຊຸມນີ້ຈະໄດ້ຮັບການຊີ້ນຳ, ແນະນຳ ຕໍ່ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ກໍຄືການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເພື່ອໃຫ້ການຄວບຄຸມພະຍາດດັ່ງກ່າວໄດ້ຮັບການ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ ແລະ ເພື່ອຫຼຸດຜ່ອນການເຈັບເປັນ ແລະ ການເສຍຊີວິດໃຫ້ພົ້ນເດັ່ນໃນອະນາຄົດ.

No comments:

Post a Comment