Ad

Ad

11 June 2014

ໜັງສືພິມຜູ້ແທນປະຊາຊົນລາວ-ຫວຽດນາມຮ່ວມເຝິກອົບຮົມການຂຽນຂ່າວ



     ໃນລະຫວ່າງວັນທີ 9-14 ມິຖຸນານີ້, ຄະນະໜັງສືພິມຜູ້ແທນປະຊາຊົນສະພາແຫ່ງຊາດລາວ ແລະ ສສ ຫວຽດນາມ ໄດ້ ຮ່ວມກັນເຝິກອົບຮົມວຽກງານການຂຽນຂ່າວໜັງສືພິມຂຶ້ນທີ່ແຂວງແທງຮວ່າ ສສ ຫວຽດ ນາມ. ຝ່າຍລາວນຳຄະນະໂດຍ ສະຫາຍ ທອງດາ ສຸພາສິດ ຫົວ ໜ້າກົມສື່ມວນຊົນສະພາແຫ່ງຊາດທັງເປັນບັນນາທິການໜັງສືພິມຜູ້ແທນປະຊາຊົນ ພ້ອມ ຄະນະ 25 ສະຫາຍເຂົ້າຮ່ວມ ເພື່ອສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບທັກສະການຂຽນຂ່າວ, ຂຽນບົດສືບ ສວນ, ບົດສຳພາດ ແລະ ບົດຂ່າວວຽກດີຄົນເດັ່ນທັງເປັນການສ້າງຄວາມຮັບຮູ້ໃໝ່ໃນການເປັນນັກຂ່າວຈາກບົດຮຽນ ແລະ ປະສົບການຂອງ ສສ ຫວຽດນາມ.
     ໃນໄລຍະເຝິກອົບຮົມ, ຄະນະບັນນາທິການຂອງສອງໜັງສືພິມຜູ້ແທນປະຊາຊົນລາວ-ຫວຽດນາມໄດ້ພົບປະແລກປ່ຽນ ບົດຮຽນກ່ຽວກັບການຈັດຈຳໜ່າຍໜັງສືພິມເພື່ອກຽມຄວາມພ້ອມທີ່ຈະລົງພິມໜັງສືພິມຜູ້ແທນປະຊາຊົນຂອງລາວອອກ ແລະ ຮຽນຮູ້ປະສົບການຂອງວຽກງານບັນນາທິການ, ເນື້ອໃນ, ຄໍລຳ, ການຕະຫລາດ ແລະ ກົນໄກການເຮັດວຽກແຕ່ລະ ພະແນກການຂອງໜັງສືພິມ ແລະ ໃນໂອກາດນີ້, ຄະນະໜັງສືພິມຜູ້ແທນປະຊາຊົນສະພາແຫ່ງຊາດ ສສ ຫວຽດນາມ ໄດ້ມອບຄອມພິວເຕີ ຈຳນວນ 10 ຊຸດ ໃຫ້ໜັງສືພິມຜູ້ແທນປະຊາຊົນສະພາ ແຫ່ງຊາດລາວເພື່ອຮັບໃຊ້ເຂົ້າໃນວຽກງານຂອງ ຕົນມີຄວາມສະດວກດີຂຶ້ນ.

No comments:

Post a Comment