Ad

Ad

31 December 2014

ລາຄາສິນຄ້າຢູ່ທ້ອງຕະຫຼາດໃນຂອບເຂດນະຄອນຫຼວງ ບາງປະເພດຖີບຕົວສູງຂຶ້ນຫລາຍ



     ຜ່ານຈາກການລົງຕິດຕາມສະພາບລາຄາສິນຄ້າຢູ່ຕາມທ້ອງຕະຫລາດຫຼາຍ ແຫ່ງໃນນະຄອນຫຼວງວຽງຈັນ, ໂດຍສະເພາະຢູ່ຕະຫລາດທົ່ງຂັນຄຳ ແລະ ຕະຫລາດຂົວດິນ ໃນວັນທີ 30 ທັນວານີ້, ເຫັນວ່າມີການເໜັງຕີງຕໍ່ ແພງຂຶ້ນ ຫລາຍເຊັ່ນ:  ໝາກເຜັດ ລາຄາ 20 ພັນ ມາເປັນ 25-30 ພັນກີບ/ກິໂລ, ໝາກເລັ່ນ ລາຄາ 8 ພັນ ມາເປັນ 12-14 ພັນກີບ/ກິໂລ, ໝາກນາວ 10 ພັນ ມາເປັນ 15 ພັນກີບ/ກິໂລ, ໜາກແຕງ 4 ພັນ ມາເປັນ 6 ພັນກີບ/ ກິໂລ, ໝາກຖົ່ວ 8 ພັນ ມາເປັນ 15 ພັນກີບ/ກິໂລ, ໝາກເຂືອ 5 ພັນກີບ/ກິໂລ, ຫອມລາບ 10 ພັນກີບ/ ກິໂລ, ຜັກ ສະລັດ 7 ພັນກີບ/ກິໂລ, ຜັກບົ້ງ 8 ພັນກີບ/ກິໂລ, ກະລ່ຳ 6 ພັນກີບ /ກິໂລ, ຜັກຫອມບົວ 12-15 ພັນກີບ/ກິໂລ, ຫອມປ້ອມ 12​-14 ພັນກີບ/ກິໂລ ແລະ ພຶດຜັກອື່ນໆ ກໍມີລາຄາແພງຂຶ້ນເຊັ່ນກັນ. ຂະນະດຽວກັນ ລາຄາຊີ້ນ, ປາກໍມີການເໜັງຕີງ ເປັນຕົ້ນ ຊີ້ນງົວມີລາຄາ 75-80 ພັນກີບ/ກິໂລ, ຊີ້ນໝູ ລາຄາ 40-45 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ ລາຄາ 20-23 ພັນກີບ/ກິໂລ, ສຳລັບສັດນ້ຳທຳມະຊາດຄື: ກົບ, ອ່ຽນມີລາຄາ 60-75 ພັນກີບ/ກິໂລ ແລະ ປາທຳມະຊາດອື່ນໆ ກໍມີລາຄາສູງຂຶ້ນເຊັ່ນດຽວກັນ ແລະ ຄາດ ວ່າລາຄາສິນຄ້າຍັງຈະສືບຕໍ່ແພງຂຶ້ນໄປຮອດໄລຍະບຸນປີໃໝ່ຂອງຊາວຈີນ, ຫວຽດນາມນຳອີກ.

     ນາງ ນອດ ແມ່ຄ້າຂາຍຜັກ ຢູ່ຕະຫລາດທົ່ງຂັນຄຳ ກ່າວວ່າ: ລາຄາສິນຄ້າໃນປັດຈຸບັນ ແມ່ນມີການເໜັງຕີງ ເຮັດໃຫ້ ການຂາຍສິນຄ້າຢູ່ຮ້ານຕົນຂາຍຍາກລູກຄ້າທີ່ເຄີຍມາຊື້ເຄື່ອງເປັນປະຈຳກໍຊື້ໜ້ອຍລົງ, ສິນຄ້າທີ່ນຳມາ ວາງຂາຍນັ້ນບໍ່ໝົດ ເຮັດໃຫ້ເນົ່າ, ເປື່ອຍ ແລະ ກໍບໍ່ສາມາດຂາຍໄດ້.
     ນາງ ຕຸ້ຍ ແມ່ຄ້າຂາຍຕຳໝາກຮຸ່ງຢູ່ບ້ານໂພນຄຳ ເມືອງສີໂຄດຕະບອງ ກ່າວວ່າ: ເມື່ອກ່ອນຖືເງິນໄປຕະ ຫລາດ 5 ແສນ ກີບ ສາມາດຊື້ສິນຄ້າໄດ້ຫລາຍຢ່າງຕາມຕ້ອງການ, ແຕ່ດຽວນີ້ ຕ້ອງໄດ້ຖືເງິນໄປເພີ້ມເປັນ 6-7 ແສນ ຈຶ່ງຈະໄດ້ເຄື່ອງຄົບ ແລະ ເຖິງວ່າຊື້ມາໃນລາຄາແພງແຕ່ພາຍຫລັງປຸງແຕ່ງກໍຕ້ອງຂາຍໃນລາຄາເດີມໃຫ້ ກັບລູກຄ້າ.
     ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ ທັດສະ ນະວ່າ: ລາຄາສິນຄ້າຢູ່ຕາມທ້ອງຕະຫລາດໃນນະຄອນຫລວງວຽງຈັນ ມີລາຄາສູງຂຶ້ນໃນໄລຍະເທສະ ການສຳຄັນຕ່າງໆນີ້ ຖືເປັນເລື່ອງປົກກະຕິເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ, ເຮັດໃຫ້ການສະ ໜອງສິນຄ້າບໍ່ພຽງພໍກັບ ຄວາມຕ້ອງການ, ນອກນີ້ ສິນຄ້າບາງປະເພດຖືກຄັດມາເປັນຢ່າງດີແລ້ວຈຶ່ງເຮັດໃຫ້ມີ ລາຄາແພງ, ຂະນະດຽວກັນຍັງ ມີແມ່ຄ້າຈຳນວນໜຶ່ງມີນິໃສມັກສວຍໂອກາດຂຶ້ນລາຄາໃນໄລຍະມີເທດສະການ ສຳຄັນຈຶ່ງເປັນສາເຫດເຮັດໃຫ້ ລາຄາສິນຄ້າມີລາຄາສູງຂຶ້ນ. ແນວໃດກໍຕາມທາງກະຊວງອຸດສາຫະກຳ ແລະ ການ ຄ້າກໍໄດ້ອອກແຈ້ງການກ່ຽວ ກັບການນຳໃຊ້ມາດຕະການເພື່ອຄວບຄຸມລາຄາສິນຄ້າບໍ່ໃຫ້ມີການເໜັງຕີງແຮງ.

No comments:

Post a Comment